ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າກົມ, ພະແນກການ ແລະ
ກອງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ


     ພິທີປະກາດການແຕ່ງຕັ້ງຮອງຫົວໜ້າກົມ, ພະແນກການ ແລະ ກອງຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນ ວັນທີ 5
ຕຸລາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າຫ້ອງວ່າການ
ກະຊວງປ້ອງກັນປະເທດ, ມີຄະນະກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າຫ້ອງການເມືອງຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ
ການແຕ່ງຕັ້ງຮອງຫົວໜ້າກົມ, ພະແນກການ ແລະ ກອງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ ໃນນີ້, ກະຊວງປ້ອງກັນປະເທດຕົກລົງ:
ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເຮືອງ ດານຕາວັນ ເປັນຮອງຫົວໜ້າກົມເສດຖະກິດ ຫ້ອງວ່າການກະຊວງປ້ອງກັນປະເທດ; ກົມໃຫຍ່ການເມືອງ
ກອງທັບຕົກລົງ: ແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າພະແນກຂອງ ກົມພົວພັນຕ່າງປະເທດຄື: ສະຫາຍ ພັນໂທ ສົມໃຈ ໄຊຈະເລີນ ເປັນຫົວໜ້າ
ພະແນກຂ່າວໄອທີ ແລະ ສະຫາຍ ພັນໂທ ອຸລາ ທຳມະວົງສາ ເປັນຮອງຫົວໜ້າພະແນກຊ່ຽວຊານ-ນັກຮຽນ; ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວ
ໜ້າພະແນກນ້ຳມັນເຊື້ອໄຟ ຂອງຫ້ອງການບໍລິຫານ ຫ້ອງວ່າການກະຊວງປ້ອງກັນປະເທດ ຄື: ສະຫາຍ ພັນໂທ ຄຳມະນີ ອ່ອນຫຼ້າສິນ ເປັນຫົວ
ໜ້າພະແນກ ແລະ ສະຫາຍ ພັນຕີ ສົມບູນ ສະເຫຼີມສຸກ ເປັນຮອງຫົວໜ້າພະແນກ; ຫ້ອງວ່າການກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະ
ຫາຍ ພັນໂທ ດາວວຽງ ພະວິໄຊ ເປັນຮອງຫົວໜ້າກອງຮ້ອຍຮັບປະກັນ ຫ້ອງການບໍລິຫານ ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ
ພັນຕີ ນາງ ສີນດາວອນ ວໍລະຈິດ ເປັນຮອງຫົວໜ້າກອງຮັບແຂກ 208 ຫ້ອງການບໍລິຫານ ຫ້ອງວ່າການກະຊວງປ້ອງກັນປະເທດ.

     ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງຍົກສູງພາລະບົດບາດການນຳພາ-ຊີ້ນຳ
ບັນຊາຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານໃຫ້ມີປະສິດທິຜົນສູງ,
ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເຂັ້ມແຂງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງທຸກດ້ານ ໃນການຊອກຮູ້ຮ່ຳຮຽນເພື່ອຍົກລະ
ດັບຄວາມຮູ້ຄວາມສາມາດຂອງຕົນ ໃຫ້ສູງຂຶ້ນເປັນກ້າວໆ ເພື່ອເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ກໍຄື ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 06/10/2023